ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປ ຈີນ ຂະຫຍາຍການຜະລິດໄຟຟ້າພະລັງງານໃໝ່ ເພີ່ມຂຶ້ນລື່ນການຜະລິດແບບໃຊ້ຖ່ານຫີນ


     ສຳນັກ​ຂ່າວສານ​ຊິນ​ຮວາ ​ລາຍ​ງານ​ເມື່ອ​ບໍ່​ດົນ​ຜ່ານ​ມາ​ວ່າ: ກອງ​ປະຊຸມ​ວິເຄາະ ແລະ ຄາດ​ຄະເນ​ສະພາບ​ເສດຖະກິດ ແລະ ການ
ພັດທະນາ​ພະລັງ​ງານໄຟຟ້າ​ປີ 2024, ສະມາຄົມ​ວິ​ສາ​ຫະ​ກິດ​ໄຟຟ້າ​ຈີນ​ຄາດ​ຄະເນ​ວ່າ ປີ 2024 ກຳລັງ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​
ທີ່​ເປີດ​ນຳ​ໃຊ້​ໃໝ່​ຈະ​ລື່ນ​ກາຍ 300 ລ້ານ​ ກິ​ໂລ​ວັດ.

     ຮອດ​ທ້າຍ​ປີ 2024 ກຳລັງ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​ດ້ວຍ​ພະລັງງານ​ໃໝ່​ຈະ​ມີ​ເຖິງ​ປະມານ 1,3 ຕື້​ກິ​ໂລ​ວັດ, ເຊິ່ງ​ຈະ​ລື່ນ​ກາຍ
​ກຳລັງ​ຕິດ​ຕັ້ງ​ຂອງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​ດ້ວຍ​ຖ່ານ​ຫີນ​ເປັນ​ຄັ້ງ​ທຳ​ອິດ, ກວມ​ເອົາ​ຍອດ​ປະລິມານ​ກຳລັງ​ຕິດ​ຕັ້ງ​ໄຟຟ້າ​ເພີ່ມ​ຂຶ້ນ​ເປັນ​ປະ
ມານ 40%. ໃນ​ປີຜ່ານມາ, ການ​ຫັນ​ໄປ​ສູ່​ການ​ພັດທະນາ​ແບບ​ສີຂຽວ ແລະ ກາກ​ບອນ​ຕ່ຳ​ຂອງ​ຈີນ​ໄດ້​ເລັ່ງ​ໄວ​ຂຶ້ນ.

     ນັບ​ມາ​ຮອດ​ທ້າຍ​ປີ 2023, ຍອດ​ປະລິມານ​ກຳລັງ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​ທົ່ວ​ປະເທດ​ມີ​ເຖິງ 2,92 ຕື້​ກິ​ໂລ​ວັດ, ເພີ່ມ​ຂຶ້ນ
13,9% ເມື່ອ​ທຽບໃສ່​ປີ 2022. ກຳລັງ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​ດ້ວຍ​ພະລັງງານ​ທີ່​ບໍ່​ແມ່ນ​ປະເພດ​ຟອດ​ຊິວ​ມີ​ເຖິງ 1,57 ຕື້​ກິ​ໂລ​
ວັດ, ກວມ​ຍອດ​ປະລິມານ​ກຳລັງ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​ລື່ນ​ກາຍ 50% ເປັນ​ຄັ້ງ​ທຳ​ອິດ ເຊິ່ງ​ມີ​ເຖິງ 53,9%, ເພີ່ມ​ຂຶ້ນ 4,4%
ເມື່ອ​ທຽບໃສ່​ປີ 2022.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/04/2024